ຮຽນອັງກິດມາຕັ້ງແຕ່ປະຖົມ ແຕ່ເປັນຫຍັງຄືຍັງເວົ້າອັງກິດບໍ່ໄດ້
ເປັນຫຍັງເຮົາບໍ່ເກັ່ງພາສາອັງກິດຈັກເທື່ອທັງໆທີ່ຮຽນມາຕັ້ງແຕ່ຊັ້ນປະຖົມ ບາງຄົນຮຽນມາຕັ້ງແຕ່ອະນຸບານ ຮຽນມາ 5ປີ, 7ປີ, 12ປີ ແຕ່ກໍຍັງບໍ່ເກັ່ງ ຍັງເວົ້າພາສາອັງກິດບໍ່ໄດ້ ສື່ສານບໍ່ເຂົ້າໃຈ?
ຫຼາຍຄົນອາດຈະຄິດວ່າເປັນເພາະລະບົບການສຶກສາພາສາອັງກິດທີ່ບໍ່ດີ, ຄູສອນອັງກິດບໍ່ເກັ່ງ ບໍ່ໄດ້ຄຸນນະພາບ. ເມື່ອປຽບທຽບລະດັບພາສາອັງກິດຂອງຄົນໃນປະເທດເຮົາ ກັບປະເທດອື່ນໃນອາຊຽນເຊັ່ນປະເທດສິງກະໂປ ເຊິ່ງເປັນປະເທດທີ່ມີລະດັບພາສາອັງກິດທີ່ດີທີ່ສຸດໃນອາຊຽນ ຫຼືຮົງກົງທີ່ຄົນໃນປະເທດສາມາດເວົ້າພາສາອັງກິດໄດ້ດີ. ສິ່ງທຳອິດທີ່ເຮົາສາມາດເຫັນແລະບອກໄດ້ເຖິງຂໍ້ແຕກຕ່າງນັ້ນຄືລະບົບການສຶກສາ.

‘’ ເພາະລະບົບການສຶກສາປະເທດເຂົາດີ ແຕ່ປະເທດເຮົາບໍ່ດີ ຄູເຂົາເກັ່ງ ແຕ່ປະເທດເຮົາບໍ່ ‘’
ຖ້າເຈົ້າຄິດແບບນີ້ ເຈົ້າຄິດຜິດ
ເຮົາອາດຈະເວົ້າໄດ້ວ່າເຮົາຮຽນພາສາອັງກິດມາ ຕັ້ງແຕ່ປະຖົມ, 7ປີ, 12ປີ ແຕ່ຄວາມຈິງບໍ່ແມ່ນແບບນັ້ນ. ເຮົາບໍ່ໄດ້ຮຽນພາສາອັງກິດມາດົນປານນັ້ນ, ສິ່ງທີ່ເຮົາເຮັດເປັນພຽງການເຂົ້າຮຽນວິຊາພາສາອັງກິດ 2ຊົ່ວໂມງ ຕາມຕາຕະລາງຮຽນ, ທິດລະສອງຄັ້ງ ຫຼາຍສຸດກໍ 3 ຫຼື 5ຄັ້ງຕໍ່ທິດ. ແລ້ວແຕ່ລະຄັ້ງທີ່ເຂົ້າຮຽນເຮົາບໍ່ໄດ້ຕັ້ງໃຈຮຽນຕະຫຼອດຊົ່ວໂມງຂອງການຮຽນ ( ຫຼືບາງຄັ້ງອາຈານກໍພາລົມເລື່ອງອື່ນໝົດໄປເປັນຊົ່ວໂມງ ), ບາງຄັ້ງເຮົາບໍ່ໄດ້ຮຽນຮູ້ຫຍັງເລີຍໃນຫ້ອງຮຽນພາສາອັງກິດສອງຊົ່ວໂມງນັ້ນ, ແລະສິ່ງນັ້ນກໍເປັນສິ່ງທີ່ເຮົາເຮັດມາຕະຫຼອດຫຼາຍປີ ແຕ່ສິ່ງທີ່ເຮົາໄດ້ອາດເປັນພຽງຄວາມຮູ້ພາສາອັງກິດພຽງນ້ອຍນິດທີ່ຢູ່ໃນຂອບເຂດຫຼັກສູດການຮຽນເທົ່ານັ້ນ.

ແລ້ວເຮົາຄາດຫວັງຫຍັງກັບການຮຽນແບບນັ້ນ, ແນ່ນອນ ສິ່ງທີ່ເຮົາຮຽນມາຕາມຫຼັກສູດມັນບໍ່ພໍ ເຖິງເຮົາຈະຮຽນມາຫຼາຍປີກໍຕາມ, ຄືກັບທີ່ເຮົາຮຽນຄະນິດສາດມາແຕ່ອະນຸບານ ແລ້ວເປັນຫຍັງປານນີ້ເຮົາຍັງບໍ່ເປັນນັກຄະນິດສາດ, ເຮົາຮຽນວິທະຍາສາດມາແຕ່ປະຖົມ ເຮົາກໍຍັງບໍ່ທັນໄດ້ເປັນນັກວິທະຍາສາດ, ຮຽນພາລະສຶກສາມາ 12 ປີ ແຕ່ຄືຍັງບໍ່ເປັນນັກກິລາປານນີ້?
ແລ້ວເປັນຫຍັງບໍ່ມີໃຜໂທດຄູຄະນິດສາດ, ຄູວິທະຍາສາດ ຫຼືຄູພາລະ? ແຕ່ເມື່ອເປັນພາສາອັງກິດ ກໍຈະຖືກປະເມີນວ່າເພາະຄູອັງກິດບໍ່ເກັ່ງ ລູກສິດຈຶ່ງບໍ່ເກັ່ງ , ເພາະລະບົບການຮຽນການສອນພາສາອັງກິດບໍ່ດີ.
ນັກຮຽນທີ່ໄປໂຮງຮຽນດຽວກັນ ກໍຍັງເກັ່ງບໍ່ເທົ່າກັນ, ຄູຄົນດຽວບໍ່ສາມາດເຮັດໃຫ້ນັກຮຽນທຸກຄົນເກັ່ງໄດ້ ແລະຄືທີ່ຂ້ອຍບອກ ເຮົາບໍ່ມີທາງເກັ່ງພາສາອັງກິດໄດ້ຍ້ອນການຮຽນໃນໂຮງຮຽນຢ່າງດຽວ, ເຖິງຈະຕັ້ງໃຈຮຽນ ໄປຮຽນບໍ່ຂາດ ເຮັດວຽກບ້ານສົ່ງປະຈຳ ສິ່ງນັ້ນອາດບໍ່ເຮັດໃຫ້ເກັ່ງ ຫຼືຮູ້ທຸກຢ່າງກ່ຽວກັບພາສາອັງກິດໄດ້ ເຮົາຈະໄດ້ພຽງແຕ່ສິ່ງທີ່ອາຈານສອນເທົ່ານັ້ນ ແຕ່ສິ່ງທີ່ເຮົາຕ້ອງການເພື່ອນຳມາໃຊ້ໃນຊີວິດຈິງ ມັນຫຼາຍກວ່ານັ້ນ.

“ການຮຽນພາສາອັງກິດໃນໂຮງຮຽນ ເປັນພຽງການປູພື້ນຖານ, ແນະນຳແນວທາງ ຫຼືເປັນພຽງສ່ວນເສີມທີ່ຊ່ວຍໃນການຮຽນຮູ້ດ້ວຍຕົນເອງຂອງເຮົາເທົ່ານັ້ນ”
ເຮົາບໍ່ໄດ້ຮຽນພາສາໄທ ແຕ່ເຮົາໄດ້ພາສາໄທ
ຄົນລາວສ່ວນຫຼາຍ ເວົ້າພາສາໄທໄດ້ ທັງໆທີ່ບໍ່ໄດ້ຮຽນ, ບໍ່ມີໃນຫຼັກສູດການສຶກສາ ແຕ່ພັດເວົ້າໄດ້, ຟັງເຂົ້າໃຈ ບາງຄົນສາມາດຂຽນໄດ້ແບບບໍ່ມີບັນຫາ ຍ້ອນຫຍັງລະ?
ເພາະພາສາລາວ ແລະໄທມີຄວາມຄ້າຍຄືກັນຫຼາຍບ່ອນ ເຮົາຈຶ່ງສາມາດຮຽນຮູ້ໄດ້ໂດຍແທບບໍ່ໃຊ້ຄວາມພະຍາຍາມເລີຍ ແຕ່ສິ່ງໜຶ່ງທີ່ເປັນເຫດຜົນຫຼັກທີ່ເຮັດໃຫ້ຄົນລາວໄດ້ພາສາໄທຄື ສືີ່ທີ່ເປັນພາສາໄທມີອິດທິພົນຫຼາຍໃນປະເທດເຮົາມັນຈຶ່ງເປັນເລື່ອງງ່າຍທີ່ພາສາໄທຈະຊືມຊັບເຂົ້າຫົວເຮົາໂດຍບໍ່ຕ້ອງພະຍາຍາມຫຍັງເລີຍ. ກົງກັນຂ້າມກັບພາສາອັງກິດ ເຖິງເຮົາຈະໄດ້ຮຽນ ແຕ່ເມື່ອເຮົາບໍ່ໄດ້ໃຊ້ ສິ່ງທີ່ຮຽນມາບໍ່ດົນເຮົາກໍຈະລືມ.
ເມື່ອໂຮງຮຽນບໍ່ສາມາດເຮັດໃຫ້ເຮົາເກັ່ງພາສາອັງກິດໄດ້ ແລ້ວເຮັດຈັ່ງໃດຈຶ່ງຈະເກັ່ງ?
ນີ້ບໍ່ໄດ້ໝາຍເຖິງການຮຽນພາສາອັງກິດໃນໂຮງຮຽນເປັນສິ່ງບໍ່ດີ ຫຼືບໍ່ມີປະໂຫຍດ, ມັນມີປະໂຫຍດຫຼາຍ ແຕ່ເມື່ອຮຽນເຖິງຈຸດໜຶ່ງ ເຮົາກໍຈະຮູ້ສຶກວ່າ ພາສາ ເປັນສິ່ງທີ່ມີຂອບເຂດກ້ວາງໃຫຍ່ຫຼາຍ ແລະ ຄວາມຮູ້ທີ່ໄດ້ຈາກໂຮງຮຽນຄົງບໍ່ພໍ.ພາສາເປັນສິ່ງທີ່ເຮົາສາມາດຮຽນຮູ້ໄດ້ດ້ວຍຕົນເອງ, ຍິ່ງໃນປັດຈຸບັນທີ່ເປັນຍຸກແຫ່ງຂໍ້ມູນຂ່າວສານ, ເຮົາສາມາດນຳໃຊ້ມັນເປັນສື່ການຮຽນຮູ້ຂອງເຮົາໄດ້. ຕໍ່ໄປນີ້ ຄື 7 ເຄັດລັບດີໆ ທີ່ຈະຊ່ວຍໃຫ້ເຮົາເກັ່ງພາສາອັງກິດຂຶ້ນ.
- ປ່ຽນສະພາບແວດລ້ອມອ້ອມຂ້າງເປັນພາສາອັງກິດ: ເລິ່ມງ່າຍໆທີ່ໂທລະສັບມືຖື ໃຊ້ເມນູພາສາຫຍັງຢູ່ ລອງປ່ຽນເປັນພາສາອັງກິດເບິ່ງ, ສື່ທີ່ເສບທຸກມື້ນີ້ເປັນພາສາຫຍັງ ລອງຫັນມາເບິ່ງລາຍການທີ່ໃຊ້ພາສາອັງກິດເບິ່ງ, ຟັງເພງອັງກິດ, ຢູ່ກັບຄົນເກັ່ງອັງກິດ, ເວົ້າອັງກິດ ແລະຄິດເປັນພາສາອັງກິດ.
- ຮຽນຮູ້ຈາກເຈົ້າຂອງພາສາ: ບໍ່ວ່າພາສາໃດກໍຕາມ ການຮຽນຮູ້ຈາກເຈົ້າຂອງພາສາ ເປັນສິ່ງທີ່ໄດ້ປະສິດທິຜົນທີ່ສຸດ ຝຶກຝັງ, ຝືກເວົ້າ ໃຫ້ຄືກັບເຈົ້າຂອງພາສາ. ການຮຽນກັບເຈົ້າຂອງພາສາຈະຊ່ວຍໃຫ້ເຂົ້າໃຈຄວາມເປັນທຳມະຊາດຂອງພາສາໄດ້ດີກວ່າ, ເຊິ່ງການຮຽນກັບເຈົ້າຂອງພາສານີ້ ບໍ່ຈຳເປັນຕ້ອງເຂົ້າຮຽນກັບໂຮງຮຽນທີ່ມີຄູຕ່າງປະເທດສອນ ແຕ່ເຮົາສາມາດຮຽນຮູ້ຈາກໃຜກໍໄດ້ທີ່ເວົ້າພາສາອັງກິດ ຄົນນັ້ນບໍ່ຈຳເປັນຕ້ອງເປັນຄູສະເໝີໄປ.
- ເວົ້າອັງກິດໃຫ້ຫຼາຍຂຶ້ນ: ເວົ້າກັບໝູ່ ຫຼືໝູ່ໃນໂລກອອນລາຍ, ເຂົ້າຮ່ວມກຸ່ມສົນທະນາກັບຄົນທົ່ວໂລກ ເຮົາຈະໄດ້ຮຽນຮູ້ວັດທະນະທຳຂອງພວກເຂົາ ແລະສິ່ງນັ້ນມັນເຮັດໃຫ້ການຮຽນຂອງເຮົາໜ້າສົນໃຈຂຶ້ນ. ຖ້າເຈົ້າອາຍ ຫຼື ຢ້ານເວົ້າຜິດ, ເວົ້າໂລດ ບໍ່ມີໃຜຕີເຈົ້າດອກ ຖ້າບໍ່ເວົ້າ ກໍຈະບໍ່ຮູ້ວ່າມັນຜິດ ຫຼືຖືກ.
- ຟັງໃຫ້ຫຼາຍ: ພະຍາຍາມຮັບເອົາຂໍ້ມູນທີ່ເປັນພາສາອັງກິດເຂົ້າຫົວທຸກມື້ ໂດຍການຟັງ, ເບິ່ງວິດີໂອ, ຟັງພອດແຄສ ຫຼືຟັງ TED Talk ແລະ ການເບິ່ງໜັງທີ່ບໍ່ມີການພາກສຽງກໍຊ່ວຍໄດ້ເຊັ່ນກັນ.
- ອ່ານ ແລະຂຽນພາສາອັງກິດໃຫ້ຫຼາຍ: ອ່ານໃນສິ່ງທີ່ສົນໃຈ ອາດເປັນບົດຂ່າວ, ບົດຄວາມ ຫຼືປຶ້ມ ແລ້ວລອງຂຽນສະຫຼຸບຫຍໍ້ເລື່ອງທີ່ອ່ານເປັນພາສາອັງກິດ, ຖ້າເຈົ້າມີທັກສະການຂຽນຢູ່ແລ້ວອາດຈະລອງເລີ່ມຂຽນ blog ເຜີຍແຜ່ເທິງອິນເຕີເນັດ ແຕ່ຫາກບໍ່ມີຄວາມໝັ້ນໃຈ ຢ້ານຂຽນຜິດ, ບໍ່ຖືກຫຼັກໄວຍະກອນ ກໍໃຊ້ເຄື່ອງມືໃນການແກ້ຄຳຜິດຊ່ວຍ ເຊັ່ນ Grammarly.
- ຝຶກຄິດເປັນພາສາອັງກິດ: ຕ້ອງເກັ່ງຊຳ່ໃດຈຶ່ງຈະຄິດເປັນພາສາອັງກິດໄດ້? ຄຳຕອບຄື ລະດັບໃດກໍສາມາດຝຶກຄິດເປັນພາສາອັງກິດໄດ້, ຄຳສັບທີ່ມີໃນຫົວອາດຈະບໍ່ຄ່ອຍໄດ້ເວົ້າ ແຕ່ສາມາດຄິດໄດ້ ເຊັ່ນ ເມື່ອເຈົ້າເຫັນໝາ ແທນທີ່ຈະຄິດວ່າມັນເປັນໝາ ກໍໃຫ້ຄິດວ່າ ‘’ It’s a dog ‘’ .
- ຢາກຮູ້ຫຍັງ ກໍ Google it : “ ຢາກຮູ້ໃຫ້ຖາມ ຢາກງາມໃຫ້ແຕ່ງ “ ສົງໃສຄຳສັບໃດ ກໍໃຊ້ Google ຊ່ວຍໄດ້ ,ຍິ່ງເມື່ອເຈົ້າກຳລັງຮຽນຮູ້ທັກສະໃຫມ່ໆດ້ວຍຕົນເອງ ບໍ່ແມ່ນພຽງແຕ່ພາສາອັງກິດ, Google ຈະເປັນໝູ່ທີ່ດີທີ່ຊ່ວຍຫາຄຳຕອບໃຫ້ຄຳຖາມຂອງເຈົ້າໄດ້.
ສຸດທ້າຍນີ້ ຢາກບອກວ່າ ຖ້າເຈົ້າຢາກເກັ່ງສິ່ງໃດສິ່ງໜຶ່ງ ບໍ່ສະເພາະແຕ່ເກັ່ງພາສາອັງກິດ, ສິ່ງໜຶ່ງທີ່ເຈົ້າຕ້ອງມີ ແລະຂາດບໍ່ໄດ້ຄື ‘’ຄວາມເຊື່ອ ‘’ ເຈົ້າຕ້ອງເຊື່ອກ່ອນວ່າເຈົ້າເຮັດໄດ້ ເຈົ້າຈຶ່ງຈະເຮັດໄດ້, ຢຸດເສຍເວລາ ໃຊ້ເວລາວ່າງໃຫ້ເປັນປະໂຫຍດ, ຮຽນຮູ້ໃນສິ່ງທີ່ເຈົ້າຢາກຮູ້ ແລະຢ່າຝາກຄວາມຫວັງໄວ້ກັບໃຜ, ເຖິງເຈົ້າມີຄູເກັ່ງໆ ເຈົ້າຈະບໍ່ທີທາງເກັ່ງຫາກເຈົ້າບໍ່ຢາກຮຽນ, ພວກເຂົາຊ່ວຍເຈົ້າໄດ້ ແຕ່ເຮັດໃຫ້ເຈົ້າເກັ່ງບໍ່ໄດ້ ທຸກຢ່າງຂຶ້ນກັບຕົວເຈົ້າເອງ.
Comments
Post a Comment